Chifeng LXML Sepon Holds 29th Consultative Meeting with Lao Government

March 06, 2023

Last week, LXML highlighted achievements on Sepon mine operations, business plans, and progress on community development to government and community stakeholders.

The meeting was co-chaired by the Deputy Minister of Energy and Mines, Mr Thongphat Inthavong, Vice Chairman of the National Assembly Economic, Technology, and Environment Committee Mr Khammouane Somsihapanya, Savannakhet Vice Governor Dr Senesack Soulisack, and Chifeng Gold Chief Operating Officer Mr Paul Harris.

Multiple government agencies, including the Ministry of Energy and Mines, Ministry of Planning and Investment, Ministry of Finance, Labour Ministry, community representatives and grass roots organisations also attended the meeting.

Participants addressed safety and environmental performance, economic benefits to the Lao PDR, infrastructure, workplace issues, plans for mine closure, and community development programs.

Remarkably, Chairman of the bi-annual meeting and senior government leaders from Savannakhet province have expressed great support to LXML for the extension of mining investment in Laos as required by LXML.  The company’s reputation was well recognized by the participants as well.

Since operations commenced in 2003, LXML has produced over 1.7 million ounces of gold and 1.1 million tonnes of copper, contributing over US$1.7 billion in direct revenue to the Lao PDR in taxes, royalties, and dividends.  In addition, LXML has provided hundreds of millions of dollars in indirect benefits through employment, training, community development, and payments to local business partners and suppliers.

LXML is committed to cooperating with the Lao Government as a valued development partner in Lao PDR.

ບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມິ​ເນ​ໂຣ​ນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ​-ທອງ ເຊ​ໂປນ ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກັັບ ລັດ​ຖະ​ບານ​ລາວ ຄັ້ງ​ທີ 29

 

ໃນ​ອາ​ທິດ​ຜ່ານ​ມາ, ບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ໄດ້ນຳ​ສະ​ເໜີຕໍ່ ຜູ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຈາກ​ພາກ​ສ່ວນ​ລັດ​ຖະ​ບານ ແລະ ຊຸມ​ຊົນ ກ່ຽວ​ກັບ ຜົນ​ສຳ​ເລັດ​​ການ​ດຳ​ເນີນ​ງານຂອງ​ບໍ່​ຄຳ-ທອງ ເຊ​ໂປນ, ແຜນ​ທຸ​ລະ​ກິດ ແລະ ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ພັດ​ທະ​ນາ​ຊຸມ​ຊົນ.

​ໃຫ້​ກຽດ​ເປັນ​ປະ​ທານ​ຄັ້ງ​ນີ້​​ມີ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ທ່ານ ທອງ​ພັດ ອິນ​ທະ​ວົງ, ຮອງ​ປະ​ທານ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ, ເຕັກ​ໂນ​ໂລ​ຊີ ແລະ ສິ່ງ​ແວດ​ລ້ອມ ຂອງ​ສະ​ພາ​ແຫ່ງ​ຊາດ ທ່ານ ຄຳ​ມ່ວນ ສົມ​ສີ​ຫາ​ປັນ​ຍາ, ​ຮອງ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ດ​ຣ ແສນ​ສັກ ສຸ​ລິ​ສັກ ແລະ ຫົວ​ໜ້າ​ບໍ​ລິ​ຫານ​ສູງ​ສຸດ​ດ້ານ​ການ​ດຳ​ເນີ​ນ​ງານ ຂອງ ຊື​ເຟິງ ໂກນ ທ່ານ ພໍ ແຮ​ຣິ​ສ໌.

ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້​ມີ ພາກ​ລັດ​ຖະ​ບານ​ທີ່​ກ່ຽວ​ຂ້ອງ ລວມ​ທັງ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ກະ​ຊວງ​ການ​ເງິນ, ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ, ຜູ້​ຕາງ​ໜ້າ​ຊຸມ​ຊົນ ແລະ ອົງ​ການ​ຈັດ​ຕັ້ງ​ຂັ້ນ​ຮາກ​ຖານ.

ຜູ້​ເຂົ້າ​ຮ່ວມ​ໄດ້​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ ຜົນ​ງານ​ດ້ານ​ຄວາມ​ປອ​ດ​ໄພ ແລະ ສິ່ງ​ແວດ​ລ້ອມ, ຜົນ​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດ​ຕໍ່ ສ​ປ​ປ ລາວ, ໂຄງ​ລ່າງ​ພື້ນ​ຖານ, ປະ​ເດັນ​ແຮງ​ງານ, ແຜນ​ການ​ປິດ​ບໍ່​ແຮ່, ແລະ ແຜນ​ງານ​ພັດ​ທະ​ນາ​ຊຸມ​ຊົນ.

ທີ່​ພົ້ນ​ເດັ່ນ ແມ່ນ ທ່ານ​ປະ​ທານກອງ​ປະ​ຊຸມ ແລະ ການ​ນຳ​ພາກ​ລັດ​ຈາກ ແຂວງ​ສະ​ຫວັນ​ນະ​ເຂດ ກໍ​ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຕໍ່ LXML ໃນ​ການ​ຍືດ​ອາ​ຍຸ​ການ​ລົງ​ທຶນ​ໃນ​ກິດ​ຈະ​ການ​ບໍ່​ແຮ່ ໃນ ສ​ປ​ປ ລາວ ຕາມ​ການ​ສະ​ເໜີ​ຂອງ ບໍ​ລິ​ສັດ. ນອກ​ຈາກ​ນັ້ນ, ຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ສະ​ແດງ​ຄວາມ​ຮັບ​ຮູ້​ເປັນ​ຢ່າງ​ດີ ​ເຖິງ ຊື່​ສຽງ-ຄວາມ​ເຊື່ອ​ຖື ຂອງ​ບໍ​ລິ​ສັດ.

ຕັ້ງ​ແຕ່​ດຳ​ເນີນ​ການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ໃນ​ປີ 2003, ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ຜະ​ລິດ​ຄຳຫຼາຍກວ່າ 1,7 ລ້ານ​ ອອນ​ສ໌ ແລະ ຜະ​ລິດ​ແຜ່ນ​ທອງຫຼາຍກວ່າ 1,1 ລ້ານໂຕນ ອັນ​ໄດ້​ປະ​ກອບສ່ວນ​ລາຍ​ຮັບ​ໂດຍ​ກົງຫຼາຍກວ່າ US$1,7 ຕື້ ໃຫ້​ແກ່ ສ​ປ​ປ ລາວ ໂດຍ​ຜ່ານ​ການ​ຈ່າຍ​ພາ​ສີ-ອາ​ກອນ, ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ. ນອກ​ຈາກ​ນັ້ນ ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທາງ​ອ້ອມຫຼາຍ​ຮ້ອ​ຍ​ລ້ານ​ໂດ​ລາ ​ດ້ວຍ​ການ​ສ້າງວຽກ​ເຮັດ​ງານ​ທຳ, ຜ່ານ​ການ​ຝຶກ​ອົບ​ຮົມ​ຕ່າງໆ, ການ​ພັດ​ທະ​ນາ​ຊຸມ​ຊົນ, ແລະ ການ​ຈ່າຍ​ເງິນ​ໃຫ້​ແກ່ ຄູ່​ຮ່ວມ​ທຸ​ລະ​ກິດ ແລະ ຜູ້​ສະ​ໜອງ​ທ້ອງ​ຖິ່ນ.

LXML ມຸ່ງ​ໝັ້ນ​ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ ລັດ​ຖະ​ບານ​ລາວ ໃນ​ຖາ​ນະ​ຄູ່​ຮ່ວມ​ພັດ​ທະ​ນາ ຢູ່ ໃນ ສ​ປ​ປ ລາວ.