LXML ຈັດຊຸດຝຶກອົບຮົມ ໂຄງການພັດທະນາພື້ນຖານການເປັນຜູ້ນໍາສູ່ການປະຕິບັດຕົວຈິງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ນຳຂັ້ນຕົ້ນ | LXML Conducts First Leadership Essentials in Action Program (LEAP) Bootcamp to Strengthen Frontline Leadership Capability

February 04, 2026

--[English below]--

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ໄດ້ສຳເລັດການຈັດຊຸດຝຶກອົບຮົມ ພາຍໃຕ້ໂຄງການ ພັດທະນາພື້ນຖານການເປັນຜູ້ນໍາສູ່ການປະຕິບັດຕົວຈິງ ຄັ້ງທຳອິດ ໂດຍໄດ້ເຕົ້າໂຮມເອົາບັນດາຜູ້ນຳຮຸ່ນໃໝ່ ຈາກພາກສ່ວນຕ່າງໆໃນທົ່ວພະແນກການດໍາເນີນງານ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃນການນຳພາຕົວຈິງ ແລະ ການເຮັດວຽກຮ່ວມກັນ.

ຊຸດຝຶກອົບຮົມດັ່ງກ່າວ ຈັດຂຶ້ນເປັນເວລາ 3 ມື້ ທີ່ ແຂວງສະຫວັນນະເຂດ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 18 ທ່ານ ຈາກ ພະແນກບຳລຸງຮັກສາ ແລະ ພະແນກປະຕິບັດການ, ພາຍໃຕ້ການຊ່ວຍເຫຼືອຈາກທີມງານຄູຝືກພາຍໃນ 4 ທ່ານ ແລະ ທີມງານຝຶກອົບຮົມຂອງ LXML ອີກ 3 ທ່ານ. ໂຄງການນີ້ ໄດ້ຈັດຂຶ້ນໂດຍການຮ່ວມມືກັບ ບໍລິສັດຝຶກອົບຮົມ ແລະ ໃຫ້ຄຳປຶກສາ Katalyst Partners, ໂດຍເນັ້ນໜັກໃສ່ການນຳເອົາທິດສະດີຄວາມເປັນຜູ້ນຳ ມາປ່ຽນເປັນທັກສະການຄຸ້ມຄອງວຽກງານຕົວຈິງ.

ຕະຫຼອດໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຜ່ານກິດຈະກຳທີ່ເນັ້ນການມີສ່ວນຮ່ວມຢ່າງຫ້າວຫັນ ເຊິ່ງປະສົມປະສານລະຫວ່າງ ການສົນທະນາແລກປ່ຽນ, ການຝຶກພາກປະຕິບັດ, ການທົບທວນຕົນເອງ, ການນຳສະເໜີ ແລະ ກິດຈະກຳແກ້ໄຂບັນຫາແບບເປັນທີມ. ໂຄງການດັ່ງກ່າວ ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມ ກ້າທີ່ຈະອອກຈາກ ເຂດທີ່ຄຸ້ນເຄີຍຂອງຕົນເອງ, ແລກປ່ຽນຄວາມຄິດເຫັນ ແລະ ສ້າງເຄືອຂ່າຍທີ່ເຂັ້ມແຂງກັບເພື່ອນຮ່ວມງານພະແນກຕ່າງໆ.

ແຜນງານຊຸດຝຶກອົບຮົມ ໄດ້ກວມເອົາຫົວຂໍ້ຄວາມເປັນຜູ້ນຳທີ່ສຳຄັນ ສຳລັບການຄຸ້ມຄອງວຽກງານຂັ້ນພື້ນຖານ ລວມມີ: ການມອບໝາຍວຽກຢ່າງມີປະສິດທິຜົນ, ການສື່ສານ ແລະ ການສ້າງການມີສ່ວນຮ່ວມຂອງທີມ, ເຕັກນິກການໃຫ້ຄຳຕິຊົມຢ່າງເປັນລະບົບ, ພາວະຜູ້ນຳດ້ານຄວາມປອດໄພ ແລະ ການສ້າງຄວາມເຂັ້ມແຂງດ້ານຄວາມຮັບຜິດຊອບໃນການນຳພາ. ຜູ້ເຂົ້າຮ່ວມແຕ່ລະທ່ານ ຍັງໄດ້ຮັບປຶ້ມຄູ່ມື ເພື່ອໃຊ້ໃນການຮຽນຮູ້ຢ່າງຕໍ່ເນື່ອງ ຫຼັງຈົບການຝຶກອົບຮົມ.

ເພື່ອສະໜັບສະໜູນການນຳເອົາບົດຮຽນໄປໝູນໃຊ້ໃນບ່ອນເຮັດວຽກ, ຜູ້ເຂົ້າຮ່ວມຈະຕ້ອງຂຽນ ແຜນການປະຕິບັດງານສ່ວນບຸກຄົນ ເພື່ອປ່ຽນທິດສະດີຫຼັກ ໃຫ້ເປັນການປັບປຸງຕົວຈິງພາຍໃນທີມຂອງຕົນ. ນອກຈາກນີ້, ຜູ້ເຂົ້າຮ່ວມຈະຕ້ອງໄດ້ເຮັດໂຄງການໄລຍະຍາວໃນບ່ອນເຮັດວຽກ ໃນອີກຫຼາຍເດືອນຂ້າງໜ້າ, ໂດຍເນັ້ນໃສ່ຂໍ້ລິເລີ່ມຕ່າງໆ ເພື່ອປັບປຸງວຽກງານຄວາມປອດໄພ, ຜົນຜະລິດ, ຕົ້ນທຶນ ແລະ ການສ້າງແຮງຈູງໃຈໃນທີມ. ທີມງານຄູຝືກພາຍໃນ ຈະຄອຍໃຫ້ຄຳແນະນຳ ແລະ ການສະໜັບສະໜູນຕະຫຼອດຂະບວນການນີ້.

ຜົນສຳເລັດຂອງການຈັດຊຸດຝືກອົບຮົມໃນຄັ້ງທຳອິດນີ້ ສະທ້ອນໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ LXML ໃນການສະໜັບສະໜູນ ແລະ ພັດທະນາຜູ້ນຳທີ່ມີຄວາມສາມາດ. ການຝຶກອົບຮົມສ້າງຄຸນນະພາບໃຫ້ກັບຜູ້ເຂົ້າຮ່ວມ ຊຶ່ງເປັນການສະແດງໃຫ້ເຫັນເຖິງ ຄວາມເລິກເຊິ່ງຂອງສັກກະຍະພາບພາວະຜູ້ນຳພາຍໃນອົງກອນ ແລະ ເປັນການຢືນຢັນເຖິງ ການລົງທຶນຢ່າງຕໍ່ເນື່ອງຂອງ LXML ໃສ່ບຸກຄະລາກອນ ເພື່ອເປັນພື້ນຖານໃຫ້ແກ່ການດຳເນີນງານທີ່ຍືນຍົງ.

Lane Xang Minerals Limited Company (LXML) completed its first Leadership Essentials in Action Program (LEAP) Bootcamp, bringing together emerging leaders from across our operations to strengthen practical leadership capability, collaboration and cooperation.

Held over three days in Savannakhet Province, the inaugural bootcamp brought together 18 participants from Maintenance and Operations, supported by four internal mentors and three members of LXML’s Training team. The program was delivered in partnership with training and coaching company Katalyst Partners and focused on translating leadership concepts into practical supervisory skills.

Throughout the bootcamp, participants engaged in highly interactive learning that combined facilitated discussions, practical exercises, self-reflection, presentations, and team-based challenges. The program encouraged participants to step outside their comfort zone, exchange ideas, and build strong peer networks across departments.

The program covered a range of core leadership capabilities critical to frontline supervision, including effective delegation, communication and team engagement, structured feedback techniques, safety leadership, and strengthening leadership accountability. Each participant received a dedicated workbook to support continued learning beyond the bootcamp.

To support the application of learning in the workplace, participants will complete individual Action Plans, translating key concepts into practical improvements within their own teams. Participants will also undertake longer-term workplace projects over the coming months, focusing on initiatives to improve safety, production, cost and team motivation. A team of internal mentors will provide guidance and support throughout this process.

The successful delivery of the first LEAP Bootcamp reflects LXML’s ongoing commitment to supporting and developing capable leaders. The strong calibre of participants highlights the depth of leadership potential within the organisation and reinforces LXML’s continued investment in its people as a foundation for sustainable operations.