LXML Expands Career Opportunities for Engineering and Mining Students at Polytechnic College

July 10, 2026

 LXML ລົງພື້ນທີ່ພົບປະວິທະຍາໄລເຕັກນິກຊັບພະວິຊາ ເປີດຮັບນັກສຶກສາເຂົ້າຮ່ວມງານ ໃນສາຍວິສະວະກຳ ແລະ ບໍ່ແຮ່ 

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML), ໂຄງການ ບໍ່ຄຳ-ທອງ ເຊໂປນ ສືບຕໍ່ເດີນໜ້າສ້າງຂົວຕໍ່ລະຫວ່າງສະຖາບັນການສຶກສາ ແລະ ພາກອຸດສາຫະກຳ ເພື່ອສ້າງອະນາຄົດໃຫ້ແກ່ຊາວໜຸ່ມລາວ ໂດຍໃນວັນທີ 6 ກໍລະກົດ 2026 ທີ່ຜ່ານມານີ້, ພະແນກບຸກຄະລາກອນຂອງບໍລິສັດ ໄດ້ລົງພື້ນທີ່ເຂົ້າພົບປະ ແລະ ແບ່ງປັນຂໍ້ມູນວຽກງານຮ່ວມກັບຄູອາຈານ ແລະ ນັກສຶກສາ ຢູ່ທີ່ວິທະຍາໄລເຕັກນິກຊັບພະວິຊາແບບເປັນກັນເອງ.

ການລົງພື້ນທີ່ໃນຄັ້ງນີ້ ນຳໂດຍ ທ່ານ ໝີແກ້ວ ທອງປະທຸມ, ຫົວໜ້າສາຍງານພະແນກບຸກຄະລາກອນ ພ້ອມດ້ວຍທີມງານວິຊາການຈາກ LXML ໂດຍມີວັດຖຸປະສົງຫຼັກເພື່ອເປີດໂອກາດຄັ້ງສຳຄັນໃຫ້ແກ່ນັກສຶກສາທີ່ກຳລັງສຶກສາຢູ່ ແລະ ນັກສຶກສາປີສຸດທ້າຍ ໃນສາຂາວິຊາ: ວິສະວະກຳບໍ່ແຮ່, ທໍລະນີສາດ, ການສຳຫຼວດ, ວິສະວະກຳທໍລະນີເຕັກນິກ, ອຸທົກກະສາດ ຕະຫຼອດຮອດສາຂາວິຊາອື່ນໆ ທີ່ກ່ຽວຂ້ອງ ໄດ້ມີໂອກາດເຂົ້າຮ່ວມງານ ແລະ ເຕີບໂຕໃນສາຍອາຊີບຮ່ວມກັບບໍລິສັດ.

ໃນການພົບປະດັ່ງກ່າວ, ທາງບໍລິສັດໄດ້ເນັ້ນໜັກເຖິງນະໂຍບາຍອັນເດັ່ນຊັດ ທີ່ມຸ່ງໝັ້ນສົ່ງເສີມ ແລະ ພັດທະນາເຍົາວະຊົນ, ນັກຮຽນ-ນັກສຶກສາ ພ້ອມທັງຊາວໜຸ່ມລາວ ໃຫ້ມີວຽກເຮັດງານທຳທີ່ໝັ້ນຄົງພາຍຫຼັງຈົບການສຶກສາ. ເພາະ LXML ເຊື່ອໝັ້ນສະເໝີວ່າ "ພະລັງຂອງຄົນຮຸ່ນໃໝ່ ແລະ ສັກກາຍະພາບຂອງບຸກຄະລາກອນທ້ອງຖິ່ນ ຄືກຸນແຈສຳຄັນທີ່ຈະຂັບເຄື່ອນວຽກງານອຸດສາຫະກຳບໍ່ແຮ່ຂອງລາວ ໃຫ້ກ້າວໄກໄປຂ້າງໜ້າ ຢ່າງບໍ່ຢຸດຢັ້ງ". ການເປີດປະຕູຕ້ອນຮັບນ້ອງນັກສຶກສາໃນຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນການມອບໂອກາດຮ່ວມງານກັບບໍລິສັດລະດັບສາກົນເທົ່ານັ້ນ, ແຕ່ຍັງເປັນການຮ່ວມມືກັນສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອເປັນກຳລັງຫຼັກໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ເຕີບໂຕເຂັ້ມແຂງຢ່າງຍືນຍົງຕະຫຼອດໄປ.

----------------------

LXML Expands Career Opportunities for Engineering and Mining Students at Polytechnic College06 July 2026 – Lane Xang Minerals Limited Company (LXML), operator of the Sepon Gold-Copper Mine, visited Polytechnic College to share career information and explore employment opportunities for students in engineering, mining, and related technical disciplines.

The visit was led by Mr. Mikeo Thongpathoum, Superintendent – Human Resources of LXML, together with members of the company’s technical team. The engagement focused particularly on current and final-year students studying Mining Engineering, Geology, Surveying, Geotechnical Engineering, Hydrogeology, and other related fields.

During the session, LXML representatives introduced students to potential career pathways within the company and provided information on opportunities to apply their technical knowledge in a professional mining environment. The initiative forms part of LXML’s continued efforts to strengthen links between education and industry while supporting the development of skilled Lao professionals.

LXML also reaffirmed its commitment to creating opportunities for young Lao people to develop practical capabilities, gain professional experience, and pursue sustainable careers after graduation. The company recognizes that a skilled new generation of local professionals will play an important role in the continued development of the Lao mining sector.

Through engagement with educational institutions, LXML aims to help build a stronger pipeline of qualified local talent and contribute to the long-term socio-economic development of the Lao PDR.