LXML Supports Local Livelihoods with Native Breeding Cows for Disadvantaged Families in Sepon District
June 23, 2026
LXML ສົ່ງເສີມອາຊີບທ້ອງຖິ່ນ ມອບແມ່ພັນງົວພື້ນເມືອງ 19 ໂຕ ໃຫ້ຄອບຄົວດ້ອຍໂອກາດ ເມືອງເຊໂປນ ເພື່ອສ້າງລາຍຮັບແບບຍືນຍົງ
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ສືບຕໍ່ຍົກລະດັບຄຸນນະພາບຊີວິດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ ດ້ວຍການຈັດພິທີມອບ-ຮັບ ແມ່ພັນງົວພື້ນເມືອງ ຈຳນວນ 19 ໂຕ ໃຫ້ແກ່ 3 ຄອບຄົວດ້ອຍໂອກາດ ໃນ 2 ບ້ານເປົ້າໝາຍ ຄື: ບ້ານລະງີ (ຄຸ້ມລະແຕບ) ແລະ ບ້ານຊຽງຮົ່ມ (ຄຸ້ມປຸ່ງ+ດິນໝໍ້) ເມືອງເຊໂປນ, ແຂວງສະຫວັນນະເຂດ ເຊິ່ງເປັນເຂດບ້ານອ້ອມຂ້າງໂຄງການ ບໍ່ຄຳ-ທອງ ເຊໂປນ ໃນວັນທີ 12 ມິຖຸນາ 2026 ທີ່ຜ່ານມາ.
ພິທີມອບ-ຮັບ ໂຄງການດັ່ງກ່າວ ມີມູນຄ່າທັງໝົດ 117,070,000 ກີບ (ຫຼື ປະມານ 5,300 ໂດລາສະຫະລັດ) ເຂົ້າຮ່ວມເປັນສັກຂີພິຍານຈາກພາກລັດ ນຳໂດຍ ທ່ານ ຈັນທະລາດ ມາໄລຄຳ, ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງເຊໂປນ ເປັນປະທານ; ທ່ານ ອິນທິຍາກອນ ໄຊຍະແສງ, ຮອງຫົວໜ້າຫ້ອງວ່າການເມືອງເຊໂປນ; ທ່ານ ບົວລົມ ກົງທະວົງ, ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງເຊໂປນ; ຕາງໜ້າໃຫ້ຝ່າຍ ບໍລິສັດ LXML ມອບໂດຍ ທ່ານ ຄຳສີ ຈັນຄຳ, ຮອງຜູ້ຈັດການພະແນກພົວພັນກັບຜູ້ມີສ່ວນຮ່ວມ ແລະ ຊຸມຊົນ ພ້ອມດ້ວຍອົງການຈັດຕັ້ງບ້ານ ແລະ ຄອບຄົວທີ່ໄດ້ຮັບທຶນ ໂຄງການເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການນີ້ ມີວັດຖຸປະສົງຫຼັກເພື່ອສົ່ງເສີມ ແລະ ຊຸກຍູ້ຄຸນນະພາບຊີວິດການເປັນຢູ່ຂອງຄອບຄົວຜູ້ດ້ອຍໂອກາດ ໂດຍຜ່ານການສະໜັບສະໜູນກິດຈະກຳການລ້ຽງສັດ ເພື່ອສ້າງແຫຼ່ງລາຍຮັບເພີ່ມເຕີມ ແລະ ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ໃຫ້ແກ່ຄອບຄົວໃນໄລຍະຍາວ. ພ້ອມກັນນັ້ນ ຍັງເປັນການຊ່ວຍໃຫ້ຄອບຄົວເປົ້າໝາຍສາມາດເພິ່ງພາຕົນເອງໄດ້ຫຼາຍຂຶ້ນ, ອັນເປັນການປະກອບສ່ວນອັນສຳຄັນ ໃນການຫຼຸດຜ່ອນຄວາມທຸກຍາກ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນໃນທ້ອງຖິ່ນໃຫ້ດີຂຶ້ນຢ່າງເປັນຮູບປະທຳ.
ການມອບແນວພັນສັດລ້ຽງໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຮ່ວມມືຢ່າງໃກ້ຊິດ ລະຫວ່າງ LXML, ພາກລັດ ແລະ ຊຸມຊົນ ໃນການຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຄອບຄົວ ເພື່ອໃຫ້ທ້ອງຖິ່ນສາມາດເຕີບໂຕ ແລະ ເພິ່ງພາຕົນເອງໄດ້ຢ່າງຍືນຍົງ.
------------------------------------
Sepon District, Savannakhet Province, 12 June 2026 – Lane Xang Minerals Limited Company (LXML) has handed over 19 native breeding cows to three disadvantaged families in Sepon District, reinforcing its continued commitment to improving livelihoods, strengthening household income, and supporting poverty reduction in communities near the Sepon Gold-Copper Mine.
The beneficiary families are from La-ngy Village in La-teab Cluster and Xieng Hom Village in Poung and Din Mo Cluster, Sepon District, Savannakhet Province. The handover was part of LXML’s community development support to promote livestock farming as a practical and sustainable income-generating activity for vulnerable households.
The project, valued at LAK 117,070,000 or approximately US$5,300, was witnessed by district government representatives, including Mr. Chanthalath Malaikham, Deputy Head of the Sepon District Agriculture and Environment Office; Mr. Inthiyakone Xayaseng, Deputy Head of the Sepon District Administrative Office; and Mr. Boualom Kongthavong, Head of the Sepon District Labour and Social Welfare Office. Representing LXML was Mr. Khamsy Chankham, Senior Superintendent – Community Relations and Development, together with village authorities and the beneficiary families.
The initiative aims to help disadvantaged families develop livestock raising as an additional source of income, improve long-term food security, and build greater self-reliance. By providing native breeding cows, the project supports household economic development and creates opportunities for families to gradually expand their livestock assets and improve their quality of life.
The handover reflects the strong cooperation between LXML, local authorities, and communities in addressing practical livelihood needs. It also demonstrates LXML’s ongoing commitment to supporting sustainable community development and helping local families build more secure and resilient futures.

