Lao Ministry of Finance recognizes LXML for Outstanding Taxation Payment 2022

February 22, 2024

Vientiane, Laos - Lane Xang Minerals Limited Company (LXML) has been honored by the Lao Ministry of Finance for its exceptional commitment and adherence to tax payment responsibilities. The prestigious certificate was presented at a handover ceremony held at the Ministry of Finance Board Meeting Room on 21 February 2024.

Around 249 Companies applied for the certification, with a total of 74 that met the criteria. As a result, 167 were awarded Category III class, 53 received Category II class, and 29 achieved Category A class certificates, LXML Company was among the companies that have successfully implemented outstanding projects, met all requirements, and received a Category I class certificate.

The certificate of appreciation, presented by H.E. Mr. Santiphab Phomvihane, Minister of Finance, acknowledges LXML's outstanding implementation of tax payment, emphasized by its dedication to responsible financial practices. The certificate was received by Mrs. Daomany Chanphakeo, Deputy Manager of Corporate Affairs and Government Relations, on behalf of LXML.

This recognition highlights LXML's unwavering dedication to meet its tax obligations and contributing significantly to the development of the country's economy. The company's steadfast commitment to responsible corporate citizenship and adherence to tax regulations has set a commendable example for other businesses in the region. It reflects the company's dedication to operating ethically and by the regulatory requirements of the Lao PDR.

LXML is proud to receive this esteemed Honor. We expressed our gratitude to the Lao government as well as the Ministry of Finance for this significant recognition and remain steadfast in our commitment to upholding the highest standards of corporate responsibility, financial stewardship, and compliance with Lao tax laws.

ກະຊວງການເງິນ ຍ້ອງຍໍ LXML ທີ່ປະຕິບັດພັນທະສ່ວຍສາອາກອນດີເດັ່ນ ປະຈໍາປີ 2022.

..................

ນະຄອນຫຼວງວຽງຈັນ, ສປປ ລາວ - ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML) ໄດ້ຮັບໃບຍ້ອງຍໍຈາກກະຊວງການເງິນ ທີ່ປະຕິບັດພັນທະໃນການຊຳລະອາກອນດີເດັ່ນປະຈໍາປີ 2022. ພິທີມອບ-ຮັບໃບຍ້ອງຍໍດັ່ງກ່າວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມກະຊວງການເງິນ ໃນວັນທີ 21 ກຸມພາ 2024.

ໃຫ້ກຽດມອບໂດຍ ພະນະທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ ແລະ ຕາງໜ້າບໍລິສັດ LXML ຂຶ້ນຮັບໂດຍ ທ່ານ ນາງ ດາວມະນີ ຈັນພະແກ້ວ, ຫົວໜ້າຫ້ອງການ ແລະ ພົວພັນລັດຖະບານ.

ມີທັງໝົດ 249 ບໍລິສັດ ໄດ້ຮັບໃບຍ້ອງຍໍດັ່ງກ່າວ ໂດຍມີ 167 ບໍລິສັດ ໄດ້ຮັບໃບຍ້ອງຍໍປະເພດ III, 53 ບໍລິສັດ ໄດ້ຮັບໃບຍ້ອງຍໍປະເພດ II ແລະ ມີ 29 ບໍລິສັດ ທີ່ໄດ້ຮັບໃບຍ້ອງຍໍປະເພດ I ຊຶ່ງໜຶ່ງໃນນັ້ນ ແມ່ນບໍລິສັດ LXML. 

ການມອບໃບຍ້ອງຍໍນີ້ ເປັນການສັນລະເສີນຕໍ່ການຈັດຕັ້ງປະຕິບັດການຊໍາລະອາກອນ ຢ່າງມີຄວາມຮັບຜິດຊອບຂອງ LXML, ເປັນສັນຍະລັກທີ່ຊີ້ໃຫ້ເຫັນເຖິງການອຸທິດຕົນຢ່າງຕໍ່ເນື່ອງຂອງ LXML ໃນການປະຕິບັດຕາມພັນທະດ້ານພາສີອາກອນ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດຂອງປະເທດ. ຄວາມຮັບຜິດຊອບ ແລະ ການປະຕິບັດກົດລະບຽບພາສີ ໄດ້ກາຍເປັນຕົວຢ່າງທີ່ຫນ້າຊົມເຊີຍສໍາລັບທຸລະກິດອື່ນໆພາຍໃນປະເທດ ຊຶ່ງມັນສະທ້ອນໃຫ້ເຫັນເຖິງ ການປະຕິບັດງານຢ່າງໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການຂອງ ສປປ ລາວ.

LXML ມີຄວາມພູມໃຈ ແລະ ເປັນກຽດທີ່ໄດ້ຮັບໃບຍ້ອງໃນຍໍຄັ້ງນີ້. ບໍລິສັດພວກເຮົາຂໍສະແດງຄວາມ ຂອບໃຈມາຍັງລັດຖະບານລາວ ກໍ່ຄືກະຊວງການເງິນ ທີ່ໃຫ້ຄວາມສຳຄັນແກ່ບໍລິສັດ. LXML ມີຄວາມມຸ່ງໝັ້ນຢ່າງຮັບຜິດຊອບຕໍ່ດ້ານການຄຸ້ມຄອງການເງິນ ແລະ ການປະຕິບັດພັນທະຕາມລະບຽບການ ແລະ ກົດໝາຍພາສີອາກອນຂອງ ສປປ ລາວ ເພື່ອໃຫ້ບັນລຸຕາມມາດຕະຖານສຸງສຸດ.