ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ຂຸດຄົ້ນບໍ່ແຮ່ ແລະ ເປັນແບບຢ່າງທີ່ເປັນເລີດໃນການດຳເນີນງານ ແລະ ສິ່ງແວດລ້ອມໃນ ສປປ ລາວ
ມິຖຸນາ 15, 2022
15 ມິຖຸນາ 2021
ໂດຍ: ພໍ ແຮຣິສ໌, ອຳນວຍການ & ປະທານກິຕິມະສັກຂອງ ບສ. ຊືເຟິງຂຸດຄົ້ນຄຳ, ຜູ້ຈັດການໃຫຍ່ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ
ໃນຂະນະທີ່ປະຊາຄົມສາກົນສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ, ວາລະນີກໍເປັນນິມິດໝາຍສຳຄັນເພື່ອຍົກໃຫ້ເຫັນ ຄວາມໝາຍໝັ້ນ ແລະ ຜົນງານໃນການປົກປັກຮັກສາສິ່ງແວດລ້ອມຂອງ ບໍລິສັດ ຊືເຟິງ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງເຊໂປນ. ທີ່ ລຊມລ, ຍາມໃດ ພວກເຮົາກໍສູ້ຊົນຫລຸດຜ່ອນຮ່ອງຮອຍຂອງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະຕິບັດຕາມລະບຽບການ ກໍຄື ມາດຕະຖານພາຍໃນ ແລະ ສາກົນ. ບໍລິສັດຂອງພວກເຮົາ ກໍໄດ້ຮັບຄຳກ່າວຂານຍ້ອງຍໍວ່າ ເປັນບໍລິສັດແບບຢ່າງພາກປະຕິບັດທີ່ດີທີ່ສຸດ ໃນການພັດທະນາຊຸມຊົນ ແລະ ຄວາມຍືນຍົງ ໃນ ສປປ ລາວ.
ລຊມລ ໄດ້ເປັນໜຶ່ງ ໃນບໍລິສັດທຳອິດໃນ ສປປ ລາວ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ໄດ້ຮັບໃບຢັ້ງຢືນ ISO 14001 ສຳລັບລະບົບການຄຸ້ມຄອງສິ່ງແວດລ້ອມ. ນັບຕັ້ງແຕ່ເລີ່ມດຳເນີນງານໃນປີ 2002, ລຊມລ ໄດ້ດຳເນີນການປະເມີນຜົນກະທົບ ແລະ ການສຶກສາຂໍ້ມູນພື້ນຖານຫຼາຍຄັ້ງ ເພື່ອຮັບປະກັນໃຫ້ ວຽກງານການຂຸດຄົ້ນບໍ່ແຮ່ສອດຄ່ອງກັບລະບຽບກົດໝາຍຕ່າງໆ. ພວກເຮົາຕິດຕາມຜົນກະທົບຕໍ່ຊຸມຊົນທ້ອງຖິ່ນ ແລະ ສິ່ງແວດລ້ອມຢ່າງເປັນປະຈຳ.
ຈາກຄວາມໝາຍໝັ້ນ ສູ່ການປະຕິບັດຕົວຈິງ
ບໍລິສັດ ລຊມລ ໝາຍໝັ້ນຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຈາກ ການດຳເນີນງານດ້ວຍການຕິດຕາມນ້ຳ ແລະ ການຄຸ້ມຄອງສິ່ງເສດເຫຼືອ, ດຳເນີນກິດຈະກຳຟື້ນຟູຢ່າງຕໍ່ເນື່ອງເປັນກ້າວໆ ແລະ ການກະກຽມເພື່ອການປິດບໍ່ ໂດຍປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງໃນທຸກຂັ້ນ.
ນັບຕັ້ງແຕ່ເລີ່ມມີການດຳເນີນງານ, ລຊມລ ໄດ້ລົງທຶນປະມານ US$20 ລ້ານ ເຂົ້າໃນການຄຸ້ມຄອງ ແລະ ຟື້ນຟູສິ່ງແວດລ້ອມ. ບໍລິສັດ ໄດ້ຮ່ວມມື ແລະ ສະໜັບສະໜູນຊຸມຊົນທ້ອງຖິ່ນໃນການປຸກລະດົມ-ປູກຈິດສຳນຶກໃຫ້ແກ່ຊຸມຊົນອ້ອມຂ້າງບໍ່ຄຳ-ທອງ ເຊໂປນ ແລະ ແກ້ໄຂຂໍ້ກັງວົນຂອງຊຸມຊົນຢ່າງທັນການ. ລຊມລ ໄດ້ສະໜອງປະມານ US$1 ລ້ານເຂົ້າໃນການສ້າງສະໜາມເກັບມ້ຽນສິ່ງເສດເຫຼືອແຫ່ງທຳອິດຂອງເມືອງວິລະບູລີ. ພວກເຮົາເກັບຕົວຢ່າງນ້ຳ ຈຳນວນ 750 ຕົວຢ່າງຕໍ່ເດືອນ (ຕັ້ງແຕ່ 2003 ເປັນຕົ້ນມາ, ເກັບໄດ້ 173.000 ຕົວຢ່າງ) ເພື່ອຮັບປະກັນຄຸນນະພາບນ້ຳໃຫ້ແກ່ຊຸມຊົນ.
ຕັ້ງແຕ່ປີ 2008 ເປັນຕົ້ນມາ, ລຊມລ ໄດ້ດຳເນີນກິດຈະກຳຟື້ນຟູໃນເນື້ອທີ່ 452 ເຮັກຕາ. ບໍລິສັດ ລຊມລ ມີຄວາມໝາຍໝັ້ນ ສົ່ງຄືນເນື້ອທີ່ດິນໃຫ້ຢູ່ໃນສະພາບທີ່ສາມາດສະໜັບສະໜູນຄວາມປອດໄພຂອງປະຊາຊົນ ແລະ ປົກປັກຮັກສາຊັບພະຍາກອນຜ່ານການປູກພືດທົດແທນຢ່າງຍືນຍົງ. ລຊມລ ນຳໃຊ້ວັດຖຸ ທ້ອງຖິ່ນຈາກ ທຸລະກິດທ້ອງຖິ່ນ ເຂົ້າໃນການຟື້ນຟູເນື້ອທີ່ດິນ (ປະມານ US$100.000 ຕໍ່ປີ) ໂດຍສະໜອງໂອກາດໃຫ້ແກ່ທຸລະກິດທ້ອງຖິ່ນ ແລະ ວຽກເຮັດງານທຳໃຫ້ແກ່ ຊຸມຊົນ. ທີມງານບູລະນະຟື້ນຟູ ຂອງ ບໍລິສັດ LXML ໄດ້ປູກຕົ້ນໄມ້ຫຼາຍກວ່າ 450.000 ຕົ້ນ ໂດຍການນຳໃຊ້ພັນຕົ້ນໄມ້ທ້ອງຖິ່ນ
ການອະນຸລັກ ຊີວະນາໆພັນ
ສປປ ລາວ ມີຊັບພະຍາກອນທຳມະຊາດ, ປ່າໄມ້ ແລະ ຊີວະນາໆພັນທີ່ອຸດົມສົມບູນ. ແຜນງານປົກປັກຮັກສາສິ່ງແວດລ້ອມ ແລະ ຊີວະນາໆພັນຂອງ ລຊມລ ສະໜັບສະໜູນຊຸມຊົນທ້ອງຖິ່ນ ແລະ ປົກປັກຮັກສາຊັບພະຍາກອນເຫຼົ່ານີ້ເພື່ອຄົນຮຸ່ນຫຼັງ.
ບໍລິສັດ LXML ໄດ້ອຸປະຖຳໂຄງການຈຳໜຶ່ງໜຶ່ງກັບອົງການ WCS, IUCN, ແລະ ຄູ່ຮ່ວມພັດທະນາອື່ນໆ. ບໍລິສັດໄດ້ ພ້ອມທັງໄດ້ລົງທຶນປະມານ US$1 ລ້ານ ເຂົ້າໃນແຜນງານອະນຸລັກຊີວະນາໆພັນ ແນໃສ່ການອະນຸລັກສັດປ່າທີ່ໃກ້ຈະສູນພັນ ຢູ່ເຂດອ້ອມຂ້າງບໍ່ຄຳ-ທອງເຊໂປນ ເພື່ອອະນຸລັກສາຍພັນສັດ-ພືດທີ່ມີຄຸນຄ່າດ້ານຊີວະນາໆພັນສູງ ຂອງ ສປປ ລາວ ແລະ ພາກພື້ນ ລວມທັງໂຄງການອະນຸລັກແຂ້ນ້ຳຈືດ, ເຊິ່ງເປັນການຮ່ວມມືກັບເມືອງຈຳພອນ ແລະ ອົງການ IUCN ແນໃສ່ປົກປັກຮັກສາແຂ້ Siamese ທີ່ຢູ່ໃນລາຍຊື່ສັດທີ່ໃກ້ຈະສູນພັນຂອງ IUCN. ນອກຈາກນັ້ນ, ບໍລິສັດຍັງໄດ້ລົງທຶນໃສ່ແຜນງານເພື່ອຕິດຕາມການເຄື່ອນຍ້າຍ ແລະ ພຶດທິກຳຂອງຊ້າງທີ່ຢູ່ອ້ອມຂ້າງບໍ່.
ໃນປີ 2009, ອີກໂຄງການໜຶ່ງຂອງ ລຊມລ ໄດ້ນຳໄປສູ່ການຄົ້ນພົບນົກນ້ອຍ ‘ໜ້າແປນ’ ໂຕທຳອິດຂອງຂົງເຂດອາຊີ. ໂຄງການນີ້ ໄດ້ນຳໄປສູ່ການຄົ້ນຄວ້າທ່າແຮງບົ່ມຊ້ອນດ້ານຊີວະນາໆພັນທີ່ພົ້ນເດັ່ນຢູ່ ແຂວງສະຫວັນນະເຂດ ໂດຍການຮ່ວມມືຂອງນັກວິທະຍາສາດຈາກ ສປປ ລາວ, ມະຫາວິທະຍາໄລແຫ່ງຊາດ ແລະ ອົງການ WCS.
ໃນປີ 2015, ລຊມລ ໄດ້ສະໜັບສະໜູນການສຳຫຼວດຊີວະນາໆພັນເຈຍຢູ່ໃກ້ບໍ່ຄຳ-ທອງ ເຊໂປນ. ຜົນການສຳຫຼວດໄດ້ເປັນຂໍ້ມູນພື້ນຖານໃນການປະເມີນຜົນກະທົບກ່ຽວຂ້ອງກັງໂຄງການທີ່ອາດເປັນໄປໄດ້ຕໍ່ ລະບົບນິເວດ, ໄດ້ລະບຸບັນຫາທີ່ກ່ຽວຂ້ອງກັບການອະນຸລັກ ແລະ ມາດຕະການຫລຸດຜ່ອນຜົນກະທົບຕ່າງໆ. ການສຳຫຼວດຄັ້ງນີ້ໄດ້ສຳໄປສູ່ການ ຈັບ ແລະ ປ່ອຍໂຕເຈຍ 180 ໂຕ ກວມເອົາ 30% ຂອງ ສາຍພັນເຈຍທີ່ບັນທຶກໄວ້ໃນ ສປປ ລາວ.
ການຮ່ວມມື ເພື່ອການພັດທະນາ
ບໍລິສັດ LXML ໄດ້ເຮັດວຽກຢ່າງໃກ້ຊິດກັບພາກລັດຖະບານ ນັບແຕ່ຂັ້ນທ້ອງຖິ່ນ ຈົນຮອດຂັ້ນສູນກາງ ເພື່ອຮັບປະກັນຄວາມສອດຄ່ອງລະບຽບກົດໝາຍ ແລະ ການສ້າງຂີດຄວາມອາດສາມາດໃນການຄຸ້ມຄອງສິ່ງແວດລ້ອມ.
ໃນປີ 2018 ນີ້, ບໍລິສັດ ລຊມລ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ການສະໜັບສະໜູນເພື່ອສ້າງຄວາມເຂັ້ມແຂງ ແລະ ສ້າງ ໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ຂອງກະຊວງປະຈຳໂຄງການຂຸດຄົ້ນຄຳ-ທອງ ຢູ່ເມືອງວິລະບູລີ. ການຮ່ວມມືໃນຄັ້ງນີ້ ແມ່ນແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ກະຊວງກ່ຽວຂ້ອງໃນການຄຸ້ມຄອງສິ່ງແວດລ້ອມ ໃນຂະແໜງການຊັບພະຍາກອນທຳມະຊາດ.
ຜົນປະໂຫຍດຂອງຊຸມຊົນ
ຄ້າຍຄືແຫ່ງອື່ນໆໃນໂລກ, ທີ່ ສປປ ລາວ ກໍມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຈາກ ສະພາບປ່ຽນແປງຂອງດິນຟ້າອາກາດ ເຊັ່ນ: ການເກີດມີໄພນ້ຳຖ້ວມ. ເມືອງວິລະບູລີ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນ້ຳຖ້ວມໃນປີ 2010 ແລະ 2011 ເຊິ່ງໃນນັ້ນ 30% ຂອງໝູ່ບ້ານທັງໝົດ ໄດ້ຖືກຜົນກະທົບ ແລະ ໄດ້ມີໄຮ່ນາ-ຮົ້ວສວນໄດ້ຮັບຜົນເສຍຫາຍ. ໃນຊຸມປີຜ່ານໆມາ, ບໍລິສັດ ລຊມລ ໄດ້ໃຫ້ການຊ່ວຍເຫຼືອ ບໍ່ວ່າຈະເປັນເງິນ, ເຄື່ອງຂອງ ແລະ ອາຫານ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວນໃນເມືອງວິລະບູລີ, ແຂວງສະຫວັນນະເຂດ ແລະ ເຂດອື່ນໆ ໃນ ສປປ ລາວ ນັບເປັນມູນຄ່າປະມານ US$500.000.
ການປູກຈິດສຳນຶກ ກ່ຽວກັບ ສິ່ງແວດລ້ອມ
ການປົກປັກຮັກສາສິ່ງແວດລ້ອມແມ່ນພື້ນຖານສຳຄັນໃນການດຳເນີນທຸລະກິດຂອງພວກເຮົາ. ບໍລິສັດ ລຊມລ ຍາມໃດກໍຊຸກຍູ້ສົ່ງເສີມໃຫ້ພະນັກງານຂອງຕົນ ໄດ້ມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມໃນແຕ່ລະວັນເປັນຕົ້ນການເກັບສິ່ງເສດເຫຼືອ-ກັບມາໃຊ້ຄືນໄໝ່ ເຊັ່ນ ຂວດປຼາສຕິກ, ຖົງຢາງປຼາສຕິກ, ເຈ້ຍ ແລະ ເສດອາຫານ.
ທີ່ບໍ່ຄຳ-ທອງ ເຊໂປນ ແມ່ນມີການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໃນທຸກໆປີ. ພວກເຮົາສ້າງແຮງບັນດາໃຈໃຫ້ແກ່ພະນັກງານ ແລະ ຊຸມຊົນ ເພື່ອປູກຈິດສຳນຶກກ່ຽວກັບ ບັນຫາດ້ານສິ່ງແວດລ້ອມຜ່ານ ໂຄງການອະນຸລັກມໍຣະກົດທາງດ້ານວັດທະນະທຳ, ສິລະປະ, ການເດີນແບບ, ແລະ ງານວາງສະແດງຕ່າງໆ. ໃນປີນີ້, ລຊມລ ໄດ້ປູກຕົ້ນໄມ້ກວ່າ 9.000 ຕົ້ນຢູ່ອ້ອມຂ້າງບໍ່ຄຳ-ທອງ ເຊໂປນ ເຊິ່ງເປັນສ່ວນໜຶ່ງຂອງແຜນງານຟື້ນຟູສິ່ງແວດລ້ອມຂອງພວກເຮົາ, ການປູກຕົ້ນໄມຕາມເມືອງວິລະບູລີ ແລະ ໂຮງຮຽນຢູ່ ແຂວງສະຫວັນນະເຂດ ເນື່ອໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດກ
ໃນໂອກາດ ວັນສິ່ງແວດລ້ອມໂລກນີ້ດ ພວກເຮົາຈົ່ງມາທົບທວນເບິ່ງວ່າ: ພວກເຮົາຈະສາມາດຮັກສາ #ໂລກພຽງໜຶ່ງດຽວ ທີ່ພວກເຮົາອາໄສຢູ່ແນວໃດ. ມັນມີຄວາມສຳຄັນຍິ່ງ ທີ່ ທຸລະກິດຕ້ອງຮ່ວມມືກັບ ຜູ້ມີສ່ວນຮ່ວມທຸກພາກສ່ວນ ໂດຍສະເພາະ ຊຸມຊົນທ້ອງຖິ່ນ ກ່ຽວກັບ ການເປັນຜູ້ນຳດ້ານການປົກປັກຮັກສາສິ່ງແດວລ້ອມ ເພື່ອໃຫ້ພວກເຮົາຫລຸດຜ່ອນຮ່ອຍຮອຍຜົນກະທົບຕໍ່ສິ່ງແວດລ້ອມ.