About Sepon

Sepon is an open-pit and underground Gold and Copper mine in Savannakhet Province, Lao PDR. Lane Xang Minerals Limited Company (LXML) is the registered name of the company which owns and operates Sepon. Chifeng Jilong Gold Mining Co., Ltd owns 90 per cent of LXML and 10 per cent owns by Lao Government.

Since operations commenced in 2003, LXML Sepon has produced over 1.1 million tonnes of copper cathode and over 1.7 million ounces of gold. In 2024, Sepon produced 6,014 tonnes of copper and 5,427 Kg of gold. In 2025, our planned production forecast is over 5,703 Kg of gold and 10,010 tonnes of copper, LXML has contributed over US$1.7 billion in direct revenue to the Lao Government through taxes, royalties and dividends. Indirect benefits through employment, training, community, and local business development programs have also contributed significantly to social and economic development in the Lao PDR.

News

LXML Opens New Nalou Gate, Strengthening Sepon Mine’s Long-Term Development
LXML Opens New Nalou Gate, Strengthening Sepon Mine’s Long-Term Development

LXML ເປີດນຳໃຊ້ ປະຕູ “ນາລູ” ແຫ່ງໃໝ່, ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ການພັດທະນາໄລຍະຍາວ ຂອງ ບໍ່ຄໍາ-ທອງ ເຊໂປນ.

ໃນວັນທີ 9 ທັນວາ 2025 — ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML) ໄດ້ເປີດນຳໃຊ້ ປະຕູ “ນາລູ” ທີ່ຫາກໍ່ສ້າງສຳເລັດໃໝ່ ຢູ່ ພາກສະໜາມ ບໍ່ຄໍາ-ທອງ ເຊໂປນ ຢ່າງເປັນທາງການ, ເຊິ່ງຖືເປັນຂີດໝາຍອັນສຳຄັນ ໃນການພັດທະນາການດຳເນີນງານຢ່າງຕໍ່ເນື່ອງ ຂອງບໍລິສັດ. ພິທີເປີດດັ່ງກ່າວ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ເຈຣາມີ ເດວິດສັນ, ຜູ້ຈັດການໃຫຍ່ LXML, ເຂົ້າຮ່ວມງານໂດຍ ຄະນະນຳບໍລິສັດ LXML ເຊໂປນ ແລະ ພະນັກງານ.

ປະຕູນາລູ ແຫ່ງໃໝ່ນີ້ ຈະນຳໃຊ້ເປັນທາງ ເຂົ້າ-ອອກ ຫຼັກ ສູ່ ພາກສະໜາມ ບໍ່ຄໍາ-ທອງ ເຊໂປນ ແລະ ຖືກພັດທະນາຂຶ້ນ ເພື່ອສະໜັບສະໜູນ ການເຕີບໂຕໃນໄລຍະຍາວ ຂອງການດຳເນີນງານ. ໃນຄຳເວົ້າກ່າວເປີດພິທີ, ທ່ານ ເຈເຣມີ ເດວິດຊັນ ໄດ້ຢໍ້າໃຫ້ເຫັນວ່າ ປະຕູນາລູເກົ່າ ຖືເປັນປະຕູຊັບທີ່ມີຄວາມສໍາຄັນແກ່ວຽກງານຂອງບໍລິສັດເປັນຢ່າງດີໃນຫຼາຍປີຜ່ານມາ, ແຕ່ເນື່ອງຈາກ ຄວາມສາມາດໃນການດຳເນີນງານ, ທ່າແຮງບຸກຄາລະກອນ ແລະ ວິໄສທັດໄລຍະຍາວ ຂອງ LXML ຈຶ່ງຮຽກຮ້ອງໃຫ້ມີ ການກໍ່ສ້າງໂຄງສ້າງປະຕູຫຼັງໃໝ່ໃຫ້ມີຄວາມທັນສະໄໝຂື້ນ ແລະ ຕອບສະໜອງການນຳໃຊ້ໃຫ້ດີກວ່າເກົ່າ.

ທ່ານ ເຈເຣມີ ໄດ້ກ່າວຕື່ມອີກວ່າ: “ປະຕູໂຂງແຫ່ງໃໝ່ນີ້ ເປັນໄດ້ຫຼາຍກວ່າຄໍາວ່າ ຈຸດຜ່ານເຂົ້າ-ອອກ; ມັນເປັນສັນຍະລັກແຫ່ງ ການເຕີບໂຕຢ່າງຕໍ່ເນື່ອງ, ການຫັນປ່ຽນ ແລະ ຄວາມມຸ່ງໝັ້ນສູ່ຄວາມເປັນເລີດ ຂອງພວກເຮົາ. ປະຕູໂຂງ ນາລູ ມີຂະໜາດໃຫຍ່ກວ່າ, ແຂງແຮງກວ່າ, ປອດໄພກວ່າ ແລະ ມີຮູບລັກສະນະທີ່ສອດຄ່ອງກັບ ຄວາມກ້າວໜ້າທີ່ພວກເຮົາກຳລັງສ້າງຂຶ້ນ ໃນທົ່ວການດຳເນີນງານ. ມັນຢືນຢັນເຖິງ ການປ່ຽນແປງໃໝ່ ໂດຍສະແດງໃຫ້ເຫັນວ່າ ບໍ່ຄໍາເຊໂປນ ບໍ່ໄດ້ຢຸດນິ້ງ, ແຕ່ກຳລັງກໍ່ສ້າງ, ປັບປຸງ ແລະ ກຽມພ້ອມຢ່າງຕໍ່ເນື່ອງ ສຳລັບບາດກ້າວຕໍ່ໄປ ຂອງການດໍາເນີນວຽກງານບໍ່ແຮ່ທີ່ມີຄວາມຮັບຜິດຊອບ.”

ທີ່ LXML ການດໍາເນີນວຽກງານບໍ່ແຮ່ທີ່ມີຄວາມຮັບຜິດຊອບ ແມ່ນໝາກຫົວໃຈຫຼັກ ຂອງທຸກສິ່ງທີ່ພວກເຮົາເຮັດ. ພວກເຮົາດຳເນີນງານ ດ້ວຍຄວາມມຸ່ງໝັ້ນທີ່ຊັດເຈນ ຕໍ່ການຄຸ້ມຄອງສິ່ງແວດລ້ອມ, ຄວາມຢູ່ດີກິນດີຂອງຊຸມຊົນ, ແລະ ການພັດທະນາທີ່ປອດໄພ ແລະ ຍືນຍົງ. ການຮ່ວມມືຂອງພວກເຮົາ ກັບ ພາກລັດ, ຊຸມຊົນທ້ອງຖິ່ນ ແລະ ຜູ້ມີສ່ວນຮ່ວມທຸກພາກສ່ວນ ຍັງຄົງມີຄວາມເຂັ້ມແຂງ ແລະ ພວກເຮົາຈະສືບຕໍ່ຍຶດໝັ້ນຄຸນຄ່າເຫຼົ່ານີ້ ໃນຂະນະທີ່ພວກເຮົາ ຂະຫຍາຍ ແລະ ຍົກລະດັບ ການດຳເນີນງານຂອງພວກເຮົາໃຫ້ດີຂື້ນຢ່າງຕໍ່ເນື່ອງ.

On 9 December 2025 — Lane Xang Minerals Limited Company (LXML) officially opened its newly constructed Nalou Gate at the Sepon Mine, marking an important milestone in the Company’s ongoing operational development. The opening ceremony was led by Mr. Jeremy Davidson, General Manager of LXML, with participation from members of the Sepon Leadership Team and staff representatives.

The new Nalou Gate serves as the main entrance to the Sepon Mine Site and was developed to support the operation’s long-term growth. In his opening remarks, Mr. Davidson highlighted that the previous gate had served the mine well for many years, but the scale of operations, workforce, and LXML’s long-term vision required a more modern and functional structure.

“This new gate is more than just an entry point; it symbolizes our continued growth, transformation, and commitment to excellence,” Mr. Davidson said. “Nalou Gate is larger, stronger, safer, and visually aligned with the progress we are making across the operation. It stands as a sign of renewal—showing that Sepon is not standing still, but continuously building, improving, and preparing for the next chapter of responsible mining.”

At LXML, responsible mining is at the heart of everything we do. We operate with a clear commitment to environmental stewardship, community wellbeing, and safe, sustainable development. Our partnerships with government, local communities, and all stakeholders remain strong, and we will continue to uphold these values as we expand and enhance our operations.

December 12, 2025
Read More
LXML Pays Q3 2025 Royalty Tax to Savannakhet Province
LXML Pays Q3 2025 Royalty Tax to Savannakhet Province

ໃນວັນ​ທີ 05 ທັນ​ວາ 2025, ​ທີ່ຫ້ອງ​ວ່າ​ການ​ປົກ​ຄອງ ແຂ​ວງ​ສະ​ຫວັນ​ນະ​ເຂດ ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ​ ໄດ້​ເຂົ້າມອບ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ປະ​ຈຳ​ໄຕ​ມາດ 3 ​ສົກ​ປີ 2025 ​ຈຳ​ນວນ US$8,623,262.98 (​​ແປດ​ລ້ານ​ຫົກແສນ​ຊາວ​ສາ​ມ​ພັນ​​ສອງ​ຮ້ອຍ​ຫົກ​ສິບ​ສອງ ໂດ​ລາສະ​ຫະ​ລັດ ແລະ​​ເກົ້າ​ສິບ​ແປດເຊັນ) ໃຫ້​ແກ່ແຂ​ວງ​ສະ​ຫວັນ​ນະ​ເຂດ ເຊິ່ງ​​ຮັບ​ໂດຍ ທ່ານ ໄຊ​ດວງວັນ ບຸນ​ລາ​ວົງ - ​ຫົວ​ໜ້າ​ສວຍ​ສາ​ອາ​ກອນ​ແຂວງ ໂດຍ​​​ໃຫ້​ກຽດເປັນ​​ສັກ​ຂີ​ພະ​ຍານ​ໃນ​ການມອບ​ໂດຍ ​ທ່ານ ​​ປອ ແສນ​ສັກ ສຸ​ລິ​ສັກ - ​ຮອງ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ​ພ້ອມ​ຄະ​ນະ​ຜູ້ຕ່າງ​ໜ້າ​​​ຈາກພະ​ແນກ​ການ​​ກ່ຽວ​ຂ້ອ​ງ​ພາຍ​ໃນ​ແຂວງ​. ຝ່າຍ​ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ​ ແມ່ນມອບ​ໂດຍ ທ່ານ ສະ​ໝານ ອະ​ເນ​ກາ - ຜູ້​ອຳ​ນວຍ​ການ​ໃຫ່​ຍ ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ​ ພ້ອມ​ຄະ​ນະ.

ໂອ​ກາດ​ນີ້ ທ່ານ ສະ​ໝານ ອະ​ເນ​ກາ ໄດ້​​ກ່າວ​ສະ​ແດງ​ຄວາມຂອບ​ໃຈ​​​ມາ​ຍັງ​ທ່ານ​​ຮອງເຈົ້າແຂວງ ​ແລະ​ ຄະ​ນະ​ການ​ນຳ​ແຂວງ​ທີ່​ໄດ້​ອຸ້ມ​ຊູ​ບໍ​ລິ​ສັດ​ຕະຫຼອດມ​າ, ​ທ່ານ ສະ​ໝານ ​ຍັງ​ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​​ປະ​ຕິ​ບັດ​ງານ​ຂອງ​ໂຄງ​ການບໍ່​ຄຳ-ທອງ ເຊ​ໂປນ ​ໃຫ້​ແກ່​ທ່ານ​ຮອງ​ເຈົ້າ​ແຂວງຮັບຊາບ​.

ໃນ​ໂອ​ກາດ​ດຽວ​ກັນ​ນີ້ ທ່ານຮອງ​ເຈົ້າ​ແຂວງ​ ກໍ່​ໄດ້​ກ່າວ​ຂອບ​ໃຈ​ມາ​ຍັງ​ຄະ​ນະ​ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ ໃນ​ການ​ມອບ​ອາ​ກອນ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ໄຕ​ມາດ 3 ໃນ​ຄັ້ງ​ນີ້ ​ເຊິ່​ງ​​ເປັນງົບ​ປະ​ມານ​ທີ່​​ສຳ​ຄັນ ແລະ ​ກວມ​ເອົາ​​ເກີນກວ່າ 50% ຂອງ​ງົບ​ປະ​ມານ​ເຂົ້າ​ແຂວງ​ທັງ​ໝົດ.

----------

On 5 December 2025, at the Savannakhet Provincial Administration Office, Lane Xang Minerals Limited Company (LXML) officially handed over its mineral resource tax payment for the third quarter of 2025, totaling US$8,623,262.98, to the Savannakhet Provincial Authorities.

The payment was received by Mr. Xaydouangvanh Bounlavong, Head of the Provincial Tax Department. The handover ceremony was witnessed by Dr. Senesack Sourisack, Deputy Governor of Savannakhet Province, together with representatives from relevant provincial departments. Representing LXML, the tax payment was presented by Mr. Saman Aneka, Managing Director, and his delegation.

On this occasion, Mr. Saman Aneka conveyed his sincere gratitude to the Deputy Governor and the provincial leadership for their ongoing support for the Company. He also provided an update on operational progress at the Sepon Mine.

In his remarks, the Deputy Governor expressed appreciation to the management of LXML and Chifeng Gold for the timely payment of the Q3 mineral resource tax, noting that this contribution represents over 50% of the province’s total annual budget revenue and plays a critical role in supporting Savannakhet’s socio-economic development.

December 09, 2025
Read More
LXML Celebrates the 50th Anniversary of Lao National Day at Sepon Mine
LXML Celebrates the 50th Anniversary of Lao National Day at Sepon Mine

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML) ໄດ້ຈັດພິທີສະເຫຼີມສະຫຼອງຂຶ້ນ ຢູ່ ພາກສະໜາມບໍ່ຄໍາ-ທອງ ເຊໂປນ ໃນວັນທີ 3 ທັນວາ 2025 ເພື່ອສະເຫຼີມສະຫຼອງຂໍານັບຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ພິທີດັ່ງກ່າວ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ເຈເຣມີ ເດວິດຊັນ, ຜູ້ຈັດການໃຫຍ່ LXML ແລະ ເຂົ້າຮ່ວມໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML, ພ້ອມດ້ວຍ ຄະນະນໍາໂຄງການ ບໍ່ຄໍາ-ທອງ ເຊໂປນ, ພະນັກງານ LXML ແລະ ຜູ້ຮັບເໝົາ ທຸກທົ່ວໜ້າ. ພິທີດັ່ງກ່າວ ຍັງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ພູວະນາດ ບຸນສີພົມ, ປະທານຄະນະກຳມະການປົກຄອງ ເມືອງວິລະບູລີ ພ້ອມດ້ວຍຄະນະ.

ການສະເຫຼີມສະຫຼອງຄັ້ງນີ້ ມີຈຸດປະສົງເພື່ອຈາລຶກເຫດການປະຫວັດສາດແຫ່ງຊາດ ແລະ ຮັບຮູ້ຜົນງານອັນພົ້ນເດັ່ນຂອງ ສປປ ລາວ ໃນຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາ. ພ້ອມດຽວກັນນີ້, ຍັງເປັນການຢືນຢັນຄືນເຖິງ ການຮ່ວມມືອັນຍາວນານ ລະຫວ່າງ ບໍລິສັດ ແລະ ລັດຖະບານ ກໍຄື ປະຊາຊົນລາວ, ແລະ ຄວາມມຸ່ງໝັ້ນທີ່ສືບເນື່ອງມາໂດຍຕະຫຼອດຂອງບໍລິສັດ ທີ່ມີຕໍ່ການດໍາເນີນວຽກງານບໍ່ແຮ່ທີ່ມີຄວາມຮັບຜິດຊອບ, ການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີຂອງຊຸມຊົນ.

ທ່ານ ເຈເຣມີ ເດວິດຊັນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມກ້າວໜ້າຂອງ ສປປ ລາວ ແລະ ພ້ອມທັງຍົກໃຫ້ເຫັນເຖິງ ການປະກອບສ່ວນຂອງ LXML ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ທັງໃນລະດັບຊາດ ແລະ ທ້ອງຖິ່ນ. ທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມມຸ່ງໝັ້ນຂອງພະນັກງານ LXML, ໂດຍກ່າວວ່າ ປັດຈຸບັນມີພະນັກງານກວ່າ 5,600 ຄົນ ທີ່ເຮັດວຽກຢູ່ ບໍ່ຄໍາ-ທອງ ເຊໂປນ ເຊິ່ງໃນນັ້ນ 92% ແມ່ນເປັນຄົນລາວ. ນອກນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ຕໍ່ຄວາມເອົາໃຈໃສ່ຂອງພະນັກງານທຸກຄົນ ໃນດ້ານວຽກງານຄວາມປອດໄພ, ການເຮັດວຽກເປັນທີມ ແລະ ການສ້າງຄວາມເປັນເລີດໃນການດຳເນີນງານ. ທ່ານ ຍັງໄດ້ເນັ້ນໜັກເຖິງ ການລົງທຶນທີ່ສຳຄັນຂອງ LXML ໃນຂະແໜງສາທາລະນະສຸກ, ການສຶກສາ, ພື້ນຖານໂຄງລ່າງຂອງຊຸມຊົນ ແລະ ການອະນຸລັກມໍລະດົກທາງວັດທະນະທຳ ໃນທົ່ວເມືອງວິລະບູລີ.

ທ່ານ ສະໝານ ອະເນກາ ກໍໄດ້ກ່າວເນັ້ນຢ້ຳເຖິງເນື້ອໃນດັ່ງກ່າວ, ໂດຍທ່ານໄດ້ລະບຸວ່າ LXML ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນ ບຸລິມະສິດການພັດທະນາຂອງລັດຖະບານລາວ. ທ່ານ ໄດ້ຢືນຢັນຄືນເຖິງ ຄວາມມຸ່ງໝັ້ນຂອງບໍລິສັດ ໃນການສ້າງຜົນປະໂຫຍດທີ່ດີ ແລະ ຍືນຍົງ ໃຫ້ແກ່ຊຸມຊົນທ້ອງຖິ່ນ, ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງສິ່ງແວດລ້ອມ ແລະ ການຮັບປະກັນການເຕີບໂຕແບບຍືນຍົງ ໄວ້ໃຫ້ຄົນລຸ້ນຫຼັງ.

ບໍລິສັດ LXML ຂໍສະແດງຄວາມຂອບໃຈມາຍັງ ການຈັດຕັ້ງເມືອງວິລະບູລີ, ຄູ່ຮ່ວມງານຊຸມຊົນ, ພະນັກງານ ແລະ ຜູ້ຮັບເໝົາ ສຳລັບການຮ່ວມມືທີ່ດີຕະຫຼອດມາ. LXML ຍັງຄົງມຸ່ງໝັ້ນທີ່ຈະສະໜັບສະໜູນ ຄວາມກ້າວໜ້າຂອງຊາດ ແລະ ປະກອບສ່ວນເຂົ້າໃນອະນາຄົດທີ່ຮັ່ງມີເຂັ້ມແຂງ ຂອງ ສປປ ລາວ.

Lane Xang Minerals Limited Company Company (LXML) hosted a ceremony at the Sepon Mine site on 3 December 2025 to celebrate the 50th Anniversary of the Lao People’s Democratic Republic. The event was chaired by Mr. Jeremy Davidson, LXML General Manager, with participation from Mr. Saman Aneka, LXML Managing Director, the Sepon leadership team, and all LXML employees and contractors. The ceremony was also honored by the presence of Mr. Phouvanath Bounsiphom, Chairman of the Vilabouly District Administrative Committee, and his delegation.

The celebration aimed to commemorate this national milestone and recognize the achievements of the Lao PDR over the past five decades. It also reaffirmed LXML’s long-standing partnership with the Government and people of Laos, and the company’s continued commitment to responsible mining, national development, and community wellbeing.

In his remarks, Mr. Jeremy Davidson congratulated on the progress of the Lao PDR and highlighted LXML’s contribution to national and local socio-economic development. He commended the commitment of workers at LXML, noting that more than 5,600 people are currently working at Sepon, and that 92% of LXML’s employees are Lao nationals—and expressed appreciation for their dedication to safety, teamwork, and operational excellence. He also emphasized LXML’s significant investments in health, education, community infrastructure, and cultural heritage preservation across Vilabouly District.

Mr. Saman Aneka echoed this message, noting that LXML remains proud to support the Lao Government’s development priorities. He reaffirmed the company’s commitment to creating positive and lasting benefits for local communities, strengthening environmental stewardship, and ensuring sustainable growth for future generations.

LXML extends its appreciation to the Vilabouly District authorities, community partners, employees, and contractors for their continued cooperation. LXML remains committed to supporting national progress and contributing to a prosperous future for the Lao PDR.

December 05, 2025
Read More
LXML Enhances Vilabouly Healthcare with the Handover of Newly Completed Health Center
LXML Enhances Vilabouly Healthcare with the Handover of Newly Completed Health Center

November 24, 2025 — Lane Xang Minerals Limited Company (LXML) marked a major milestone in community health development by officially handing over the newly completed Na Kae Health Center to the Vilabouly District Public Health Office in Savannakhet Province.

The modern healthcare facility was fully financed by LXML under the Health Impact Assessment project. The project is owned by the Vilabouly District Public Health Office and constructed by Vatthana Khoun Sub Construction Sole Co., Ltd., Construction began on July 10, 2025, and reached completion on November 12, 2025, representing an investment of 1,324,117,212 Kip, underscoring the company’s direct contribution to local health infrastructure.

The project was initiated in response to a documented need for improved medical facilities in the Na Kae service catchment area. Designed to enhance occupational safety and accessibility, the center improves service conditions for healthcare professionals while providing dignified and convenient medical access for local residents.

Speaking at the handover ceremony, Mr. Chanthavong Phouangvichit, Deputy Head of the Vilabouly District Public Health Office, delivered appreciation remarks on behalf of the district:“LXML has long demonstrated leadership in supporting community health outcomes. This facility will serve a population of 4,503 residents across seven villages — Na Kae, Na Than Hia, Na Kachan, Khoua Nga, Kok Tong, Na Nam Sang, and Lao-Tha. With strong public health awareness already present, patient statistics previously showed over 2,400 outpatient visits and more than 500 inpatient cases annually. This investment will have lasting, meaningful impact on primary care delivery here.”

Also addressing the ceremony, Mr. Vilaphone Virachit, Superintendent of Land Access and Community Development, represented LXML, remarked: “This health center reflects a long-term partnership built on shared accountability and community care. It represents more than infrastructure — it stands as a testimony of trust, cooperation, and sustained investment in the wellbeing of Vilabouly communities.”
“LXML upholds the guiding principle of our parent company, Chifeng Gold: ‘To benefit more people through the development of Chifeng Gold’, reaffirming our role as a development partner to local communities.” In addition to funding the building, LXML allocated a subsequent budget of over 60 million Kip for medical equipment procurement to support both the Na Kae center and the Na Xieng Lae Health Center, enhancing service readiness across local health networks.

This investment represents more than the delivery of new infrastructure — it reflects LXML’s sustained commitment to supporting the wellbeing and socio-economic development of communities across the Vilabouly District. Strengthening primary healthcare remains a core priority under the company’s community development strategy. The establishment of the health center aligns directly with the Health Management and Monitoring Plan (HMMP) 2024, part of the Far Western Prospect. This long-term support underscores LXML’s approach to sustainable development delivered in parallel with responsible mining contribution, promoting resilient public health services for present and future generations.

LXML ມອບອາຄານສຸກສາລາ ໃຫ້ເມືອງວິລະບູລີ ເພື່ອຍົກລະດັບວຽກງານສາທາລະນະສຸກ ແລະ ຄຸນນະພາບຊີວິດຊຸມຊົນ

...................

ວັນທີ 24 ພະຈິກ 2025 – ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ໄດ້ເຂົ້າຮ່ວມຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານ “ສຸກສາລານາບ້ານແກ” ຫຼັງໃໝ່ ໃຫ້ແກ່ຫ້ອງການສາທາລະນະສຸກ ເມືອງວິລະບູລີ ແຂວງສະຫວັນນະເຂດ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນທາດ້ານງົບປະມານທັງໝົດຈາກ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ພາຍໃຕ້ໂຄງການປະເມີນຜົນກະທົບດ້ານສຸຂະພາບ (HIA), ໂດຍແມ່ນ ຫ້ອງການສາທາລະນະສຸກເມືອງວິລະບູລີ ເປັນເຈົ້າຂອງໂຄງການ ແລະ ຮັບເໝົາກໍ່ສ້າງໂດຍ ບໍລິສັດ ວັດທະນາຄູນຊັບ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ. ມູນຄ່າການກໍ່ສ້າງທັງໝົດແມ່ນ 1.324.117.212 ກີບ. ການກໍ່ສ້າງສຸກສາລານາແກຫຼັງໃໝ່ນີ້ ໄດ້ເລີ່ມລົງມືກໍ່ສ້າງມາຕັ້ງແຕ່ວັນທີ 10 ກໍລະກົດ 2025 ແລະ ສໍາເລັດລົງໃນວັນທີ 12 ພະຈິກ 2025.

ຈຸດປະສົງຫຼັກຂອງໂຄງການ ແມ່ນເພື່ອຕອບສະໜອງຄວາມຈໍາເປັນຮີບດ່ວນ ໃນການມີສະຖານທີ່ບໍລິການສາທາລະນະສຸກທີ່ໄດ້ມາດຕະຖານ, ຮັບປະກັນຄວາມປອດໄພ ແລະ ອໍານວຍຄວາມສະດວກສະບາຍໃຫ້ແກ່ແພດໝໍ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ເຂົ້າມາໃຊ້ບໍລິການ, ເຊິ່ງຄະນະຜູ້ບໍລິຫານ LXML ແລະ ການນໍາເມືອງວິລະບູລີ ໄດ້ເຫັນດີເປັນເອກະພາບ ຍົກລະດັບໂຄງລ່າງພື້ນຖານແຫ່ງນີ້ຂຶ້ນ ເພື່ອຜົນປະໂຫຍດສູງສຸດຂອງສ່ວນລວມ.

ໃນພິທີມອບ-ຮັບ, ທ່ານ ຈັນທະວົງ ພວງວິຈິດ, ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງວິລະບູລີ ໄດ້ກ່າວລາຍງານສະພາບລວມ ໂດຍມີເນື້ອໃນບາງຕອນວ່າ: "ເຂດສຸກສາລານາແກ ຕັ້ງຢູ່ຫ່າງຈາກເທດສະບານເມືອງ 32 ກິໂລແມັດ, ຮັບຜິດຊອບເບິ່ງແຍງສຸຂະພາບປະຊາຊົນ 7 ບ້ານ ເຊັ່ນ: ບ້ານນາແກ, ນາແທນເຫ້ຍ, ນາກະຈັນ, ຂົວງະ, ກົກຕ້ອງ, ນານໍ້າສ້າງ ແລະ ເລົ່າ-ທ່າ ລວມມີປະຊາກອນທັງໝົດ 4,503 ຄົນ. ປະຊາຊົນໃນເຂດນີ້ມີຄວາມຕື່ນຕົວໃນການຮັກສາສຸຂະພາບສູງຫຼາຍ ເຫັນໄດ້ຈາກສະຖິຕິຄົນເຈັບທີ່ເຂົ້າມາໃຊ້ບໍລິການໃນປີ 2023 ແລະ 2024 ແມ່ນມີຈໍານວນຫຼາຍກວ່າ 2,400 ເທື່ອຄົນ ແລະ ມີຄົນເຈັບນອນປິ່ນປົວຫຼາຍກວ່າ 500 ເທື່ອຄົນຕໍ່ປີ. ການສ້າງໂຮງໝໍນ້ອຍແຫ່ງນີ້ ຈຶ່ງມີຄວາມໝາຍຄວາມສໍາຄັນທີ່ສຸດ. ຂ້າພະເຈົ້າຕາງໜ້າໃຫ້ພະນັກງານແພດໝໍ ແລະ ປະຊາຊົນທຸກຄົນ ຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ມາຍັງບໍລິສັດ LXML ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ເລັງເຫັນຄວາມຈໍາເປັນດ້ານສຸຂະພາບຂອງພໍ່ແມ່ປະຊາຊົນໃນຄັ້ງນີ້."

ທ່ານ ວິລະພອນ ວິຣະຈິດ, ຫົວໜ້າສາຍງານ ດ້ານການພັດທະນາທ້ອງຖິ່ນ ຂອງບໍລິສັດ LXML ໄດ້ກ່າວວ່າ: "ອາຄານຫຼັງນີ້ ນອກເໜືອຈາກເປັນສະຖານທີ່ປິ່ນປົວແລ້ວ, ມັນຍັງເປັນສັນຍາລັກຂອງຄວາມມຸ່ງໝັ້ນຮ່ວມກັນລະຫວ່າງບໍລິສັດ ແລະ ອໍານາດການປົກຄອງເມືອງວິລະບູລີ ເພື່ອສຸຂະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນທ້ອງຖິ່ນ. ບໍລິສັດ ຍຶດໝັ້ນຕາມຄໍາຂວັນຂອງບໍລິສັດແມ່ ຊື່ເຟິງ ຂຸດຄົ້ນຄໍາ (Chifeng Gold) ທີ່ວ່າ:'ການພັດທະນາຂອງບໍລິສັດ ຊື່ເຟິງ ຂຸດຄົ້ນຄໍາ ສ້າງຜົນປະໂຫຍດໃຫ້ສັງຄົມທີ່ກ່ຽວຂ້ອງໄດ້ຫຼາຍຂຶ້ນ'. ຍິ່ງໄປກວ່ານີ້, ເມື່ອບໍ່ດົນມານີ້ LXML ຍັງໄດ້ສະໜອງງົບປະມານກວ່າ 60 ລ້ານກີບ ເພື່ອຈັດຊື້ເຄື່ອງມື ແລະ ອຸປະກອນການແພດທີ່ຈໍາເປັນ ໃຫ້ແກ່ສຸກສາລາແຫ່ງນີ້ ແລະ ສຸກສາລານາຊຽງແລ ອີກດ້ວຍ."

ການສະໜັບສະໜູນໃນຄັ້ງນີ້ ບໍ່ພຽງແຕ່ເປັນການກໍ່ສ້າງອາຄານເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ LXML ທີ່ຍາມໃດກໍໄດ້ເອົາໃຈໃສ່ຊ່ວຍເຫຼືອ ແລະ ພັດທະນາຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນເມືອງວິລະບູລີ ແລະ ຊຸມຊົນອ້ອມຂ້າງມາໂດຍຕະຫຼອດ. ການສົ່ງເສີມດ້ານສຸຂະພາບຂອງຊຸມຊົນ ຖືເປັນວຽກງານບູລິມະສິດ ແລະ ເປັນໜຶ່ງໃນເສົາຄໍ້າຫຼັກຂອງແຜນງານການພັດທະນາຊຸມຊົນຂອງບໍລິສັດ ທີ່ຕ້ອງໄດ້ເອົາໃຈໃສ່ຢ່າງໃກ້ຊິດ. ສິ່ງສໍາຄັນທີ່ສຸດ, ໂຄງການນີ້ແມ່ນສອດຄ່ອງຢ່າງຄົບຖ້ວນກັບ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສຸຂະພາບ (HMMP) ປີ 2024 ສໍາລັບໂຄງການຂະຫຍາຍການຂຸດຄົ້ນຄໍາພາກຕາເວັນຕົກ (FWP) ຂອງບໍລິສັດ, ເຊິ່ງການລົງທຶນດ້ານພື້ນຖານໂຄງລ່າງສາທາລະນະສຸກນີ້ ແມ່ນຄວາມຕັ້ງໃຈໃນການສ້າງການພັດທະນາແບບຍືນຍົງ ຄຽງຄູ່ກັບການດໍາເນີນງານຂຸດຄົ້ນບໍ່ແຮ່ທີ່ມີຄວາມຮັບຜິດຊອບໃນໄລຍະຍາວ.

December 02, 2025
Read More

SUSTAINABILITY

We work hard to leave a lasting, positive legacy everywhere we work.

Careers

JOIN OUR DIVERSE POOL OF EXPERTS

Discover more about life at Sepon.