ຊ່າງສ້ອມແປງ - ກົນຈັກໜັກບໍ່ແຮ່ໃຕ້ດິນ
Release Date: 21 Oct 2025
Job Category: Electrical, Maintainance, Other
Job Type: Full Time
Job Location: Sepon Site
Closing Date: 31 Oct 2025

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຜູ້​ປະ​ສານ​ງານ​ - ການສ້ອມແປງກົນຈັກເຄື່ອນທີ່ບໍ່ແຮ່ໃຕ້ດິນ, ຕຳແໜ່ງ: ຊ່າງສ້ອມແປງ - ກົນຈັກໜັກບໍ່ແຮ່ໃຕ້ດິນ ມີໜ້າທີ່ຮັບຜິດຊອບ ການຮັບປະກັນຄຸນນະພາບ ແລະ ຄວາມຄຸ້ມຄ່າໃນການສ້ອມແປງ ແລະ ບຳລຸງຮັກສາ ອຸປະກອນກົນຈັກໜັກບໍ່ແຮ່ໃຕ້ດິນທັງໝົດ. ມີສ່ວນຮ່ວມໃນກິດຈະກຳຕ່າງໆຂອງທີມງານບຳລຸງຮັກສາບໍ່ແຮ່ໃຕ້ດິນ ພ້ອມທັງຮັກສາມາດຕະຖານ, ຄຸນນະພາບຂອງວຽກງານໃຫ້ສູງ ແລະ ປະຕິບັດຕາມຂັ້ນຕອນຂອງມາດຕະຖານດ້ານຄວາມປອດໄພຢູ່ຕະຫຼອດເວລາ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ໃຊ້ທັກສະດ້ານກາສ້ອມແປງກົນຈັກ ເພື່ອປະຕິບັດການບໍາລຸງຮັກສາ ແລະ ການສ້ອມແປງທີ່ປອດໄພ, ມີຄຸນນະພາບສູງ, ແລະ ປະຢັດຄ່າໃຊ້ຈ່າຍໃນອຸປະກອນກົນຈັກຂອງບໍ່ແຮ່ໃຕ້ດິນ.
  • ປະຕິບັດວຽກງານບຳລຸງຮັກສາ ແລະ ສ້ອມແປງຢ່າງປອດໄພ, ມີປະສິດທິພາບຕາມຄຳແນະນຳ.
  • ທໍາຄວາມເຂົ້າໃຈ ແລະ ປະຕິບັດຕາມການປະຊຸມ, ຄູ່ມືການເຮັດວຽກ ແລະ ແຜນທີ່ສ້ອມແປງ.
  • ບຳລຸງຮັກສາ ແລະ ກວດກາອຸປະກອນສ້ອມແປງເພື່ອຮັບປະກັນວ່າຍັງໃຊ້ໄດ້.
  • ບັນທຶກການບໍລິການ ແລະ ບຳລຸງຮັກສາໃຫ້ຖືກຕ້ອງ.
  • ປະຕິບັດຕາມຂັ້ນຕອນຄວາມປອດໄພທັງໝົດ ແລະ ລາຍງານສິ່ງທີ່ເປັນອັນຕະລາຍ ຫຼື ບັນຫາ ຕ່າງໆໂດຍທັນທີ.
  • ເຮັດວຽກຮ່ວມກັບທີມງານບຳລຸງຮັກສາບໍ່ແຮ່ໃຕ້ດິນ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ຈົບການສືກສາດ້ານການສ້ອມແປງ ຫລື ສາຂາທີ່ກ່ຽວຂ້ອງ.
  • ມີປະສົບການຢ່າງໜ່ອຍ 3 ປີ ເຮັດວຽກກ່ຽວກັບການສ້ອມແປງກົນຈັກບໍ່ແຮ່ໃຕ້ດິນ ຫຼື ອຸດສາຫະກຳກົນຈັກໜັກທີ່ຄ້າຍຄືກັນ.
  • ມີຄວາມຮູ້ພື້ນຖານດ້ານ ພາສາອັງກິດ ແລະ ຄອມພິວເຕີ.
  • ສາ​ມາດ​ຂັບ​ລົດ​ໃຫຍ່ ແລະ ມີໃບ​ອະ​ນຸ​ຍາດຂັບຂີ່​ (B).

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 31 ຕຸລາ 2025.

ພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack