LXML and Vilabouly Authorities Mark World Environment Day 2026 with Tree Planting at Huay Kong Dam

June 09, 2026

LXML ແລະ ເມືອງວິລະບູລີ ຮ່ວມກັນປູກຕົ້ນໄມ້ ຢູ່ທີ່ອ່າງເກັບນ້ຳຫ້ວຍກົງເພື່ອສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ປີ 2026

ເມືອງວິລະບູລີ, ແຂວງສະຫວັນນະເຂດ, 5 ມິຖຸນາ 2026 – ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ໄດ້ຮ່ວມມືກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວິລະບູລີ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປະຈຳປີ 2026 ຢູ່ທີ່ ອ່າງເກັບນ້ຳຫ້ວຍກົງ, ບ້ານໜອງກະແດງ, ພາຍໃຕ້ຫົວຂໍ້ “ຟື້ນຟູໂລກຂອງພວກເຮົາ, ເພື່ອອະນາຄົດຂອງພວກເຮົາ”.

ງານດັ່ງກ່າວ ມີອຳນາດການປົກຄອງເມືອງວິລະບູລີ, ຕົວແທນຈາກພາກລັດ, ປະຊາຊົນໃນຊຸມຊົນ ແລະ ພະນັກງານ LXML ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ ໂດຍມີການຈັດກິດຈະກໍາເພື່ອສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການລົງມືປະຕິບັດຮ່ວມກັນ ເພື່ອສ້າງອະນາຄົດຂອງປ່າໄມ້ທີ່ຂຽວສົດງົດງາມຂື້ນກວ່າເກົ່າ.

ກິດຈະກຳຫຼັກ ແມ່ນການປູກຕົ້ນໄມ້ລຽບຕາມອ່າງເກັບນ້ຳຫ້ວຍກົງ, ໂດຍປະຕິບັດຕາມຄຳແນະນຳທາງດ້ານເຕັກນິກ ຈາກຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ. ໄດ້ມີການປູກເບ້ຍໄມ້ ທັງໝົດ 138 ຕົ້ນ ໃນພື້ນທີ່ດັ່ງກ່າວ ໂດຍນໍາມາຈາກສວນກ້າເບ້ຍໄມ້ LXML ແລະ ໄດ້ມີການເພາະພັນເບ້ຍໄມ້ໄວ້ປະມານ 10.000 ຕົ້ນ ເພື່ອສະໜັບສະໜູນກິດຈະກຳດ້ານສິ່ງແວດລ້ອມ ແລະ ໂຄງການຟື້ນຟູສະພາບແວດລ້ອມໃນພື້ນທີ່ບໍ່ແຮ່ອີກດ້ວຍ.

LXML ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ ໃນເມືອງວິລະບູລີ.

-----------------------------------------------

Vilabouly District, Savannakhet Province, 5 June 2026 – Lane Xang Minerals Limited Company (LXML), in collaboration with the Vilabouly District Agriculture and Environment Office, celebrated World Environment Day 2026 at Huay Kong Dam, Nongkadeng Village, under the theme “Restore Our Earth, Embrace Our Future.”

The event brought together Vilabouly District authorities, government representatives, community members, and LXML employees to promote environmental awareness and collective action for a greener future.

The event saw tree planting along Huay Kong Dam following technical guidance from the District Agriculture and Environment Office. 138 trees and plants were provided by the LXML Sepon Nursery and planted at the designated area, while the nursery currently maintains an estimated 10,000 plants to support environmental activities and mine rehabilitation programs.

Through this initiative, LXML and local authorities reaffirmed their shared commitment to environmental stewardship, climate action, and sustainable development in Vilabouly District.